Call Now: (020) 5568 2888          info@topsciencelaos.com

ເປັນ​ຫຍັງ​ຈື່ງ​ຮຽນ​ກັບ Top Science?

ອາຍຸນັກຮຽນ

ຮັບນັກຮຽນເລີ່ມແຕ່ 6 ປີ, ເພາະເດັກນ້ອຍໃນໄວນີ້ ມີຄວາມຢາກຮູ້ຢາກເຫັນຢູ່ຕະຫຼອດເວລາ ແລະ ບໍ່ອາຍທີ່ຈະຖາມ, ຖ້າເຂົາເຈົ້າມີໂອກາດໄດ້ຮັບຄວາມຮູ້ຜ່ານການຮຽນທີ່ມ່ວນ ແລະ ບໍ່ໜ້າເບື່ອ ຈະເຮັດໃຫ້ເຂົາເຈົ້າສາມາດເຂົ້າໃຈສິ່ງທີ່ຮຽນຢ່າງເລິກເຊິ່ງຢ່າງເປັນລະບົບ (ໝາຍເຖິງຂະບວນການຄິດວິເຄາະຢ່າງມີ logic) ຊ່ວຍໃຫ້ມີຄວາມສາມາດໃນການຕໍ່ຍອດ ແລະ ແກ້ໄຂບັນຫາໄດ້.


ທົດລອງແທ້

ນັກຮຽນມີໂອກາດ ໄດ້ເຮັດການທົດລອງດ້ວຍຕົນເອງ ເພື່ອສັງເກດປະກົດການ, ສາຍເຫດທີ່ພາໃຫ້ເກີດປະກົດການດັ່ງກ່າວ, ເຮັດໃຫ້ເຂົ້າໃຈບັນຫາ ແລະ ແກ້ໄຂຜ່ານການຄິດວິເຄາະໄດ້ຢ່າງຖືກຕ້ອງ.


ເສີມທັກສະເຮັດວຽກເປັນກຸ່ມ

ນັກຮຽນຈະເຮັດວຽກເປັນທີມ ເສີມສ້່ງທັກສະການດຳລົງຊີວິດຮ່ວມກັບຜູ້ອື່ນຢ່າງສະບາຍໃຈ, ມີການແລກປ່ຽນຄວາມຄິດເຫັນ, ມີການອະທິບາຍຈຸດຍືນຂອງຕົນເອງດ້ວຍເຫດ ແລະ ຜົນ, ພ້ອມທັງເຄົາລົບຄວາມຄິດເຫັນຂອງຜູ້ອື່ນ.


ສ້າງທັກສະໃນການຮຽນຮູ້ຢ່າງມີປະສິດທິພາບ

ຍ້ອນໄດ້ເຮັດການທົດລອງດ້ວຍຕົນເອງ, ນັກຮຽນຈະເຂົ້າໃຈຢ່າງເລິກເຊິ່ງ ຊຶ່ງຊ່ວຍພັດທະນາຂະບວນການຄິດວິເຄາະຂອງເຂົາເຈົ້າ ຊຶ່ງມັນແຕກຕ່າງຢ່າງສິ້ນເຊີງກັບວິທີຮຽນແບບທ່ອງຈຳ ເພາະເຖິງວ່າຈະທ່ອງຈຳ ແຕ່ກໍ່ບໍ່ສາມາດເຂົ້າໃຈ. ຊ່ວຍໃຫ້ນັກຮຽນຫຼຸດພົ້ນອອກຈາກວົງຈອນ 'ເລົ່າ-ຈື່-ເສັງ-ຕອບ-ລືມ'.